Lao Fonts Lao Fonts

 


 

ວິທີຕິດຕັ້ງ ຄີຍ໌ບອດມະຫາສີລາ (ປາລີ)
(How to install Mahasila (Pali) Keyboard

1) ກ່ອນອື່ນໝົດຕ້ອງດາວນ໌ໂຫລດຄີຍ໌ບອດມະຫາສີລາ (ປາລີ) Mahasila (Pali) Keyboard ເສຍກ່ອນ ເພື່ອຈະນຳໄປໃຊ້ກັບຟອນທ໌ອັກສອນປາລີ ທີ່ມີຕົວອັກສອນ M ຂຶ້ນໜ້າ ຕົວຢ່າງ: M_Lanexang Pali ເປັນຕົ້ນ. 2) ຫລັງຈາກດາວນ໌ໂຫລດ ມາແລ້ວ ຈາກນັ້ນມາເບິ່ງວິທີຕິດຕັ້ງ ຄີຍ໌ບອດມະຫາສີລາ (ປາລີ) Mahasila (Pali) Keyboard ວ່າຈະເລີ່ມຕົ້ນແນວໃດ? ສະນັ້ນໃຫ້ເຂົ້າໄປທີ່ Directory ທີ່ໄດ້ໂຫລດໄວ້ນັ້ນ ເຊິ່ງສ່ວນຫຼາຍຈະຖືກເກັບໄວ້ທີ່ Downloads ເມື່ອຄລິກເຂົ້າໄປ ກໍຈະເຫັນ Directory ຂອງ Mahasila_Keyboard ແລະຄລິກໃສ່ setup ເພືືື່ອຈະຕິດຕັ້ງ ດັ່ງໃນຮູບລຸ່ມນີ້:
3) ແລະກໍຖ້າຈົນກ່ວາ ສິ້ນສຸດການ setup ດັ່ງຮູບລຸ່ມນີ້:

   
4) ເມື່ອ setup ລຽບລ້ອຍ...ທາງດ້ານລຸ່ມ Taskbar ຈະເຫັນເປັນຮູບລຸ່ມນີ້ ສຳລັບຜູ້ທີ່ໃຊ້ (Windows 7):
5) ສຳລັບຜູ້ທີ່ໃຊ້ (Windows 10) ກໍຈະເຫັນຕາມຮູບຂ້າງລຸ່ມນີ້:


Return to Main Index